ລາງວັນເພື່ອຄວາມຍຸຕິທຳ
ເກົາຫຼີເໜືອ

ລາງວັນເພື່ອຄວາມຍຸຕິທຳ
ເພື່ອສະໜັບສະໜູນຄວາມພະຍາຍາມຂອງນາໆຊາດໃນການຂັດຂວາງກິດຈະກຳທີ່ຜິດກົດໝາຍຂອງເກົາຫຼີເໜືອ, ໂຄງການໃຫ້ລາງວັນສຳລັບຄວາມຍຸຕິທຳ (RFJ, Rewards for Justice,) ຂອງກະຊວງການຕ່າງປະເທດລັດໄດ້ສະເໜີເງິນລາງວັນສູງຮອດ $5 ລ້ານສຳລັບຂໍ້ມູນທີ່ນຳໄປສູ່ການຂັດຂວາງກົນໄກດ້ານການເງິນຂອງບັນດາບຸກຄົນທີ່ມີສ່ວນຮ່ວມໃນກິດຈະກຳສະເພາະທີ່ສະໜັບສະໜູນເກົາຫຼີເໜືອ, ລວມທັງການຟອກເງິນ, ການສົ່ງອອກສິນຄ້າຟຸ່ມເຟືອຍໃຫ້ແກ່ເກົາຫຼີເໜືອ, ກິດຈະກຳທາງໄຊເບີໂດຍສະເພາະ ແລະ ການກະທຳທີ່ສະໜັບສະໜູນການເຜີຍແຜ່ອາວຸດທຳລາຍລ້າງສູງ (Weapon of Mass Destruction, WMD).
Watch
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບການສົ່ງອອກອາວຸດທີ່ກ່ຽວຂ້ອງກັບການທະການ ແລະ ສິ່ງຂອງອື່ນໆຈາກເກົາຫຼີເໜືອໃຫ້ແກ່ໜ່ວຍງານ ຫຼື ບຸກຄົນໃດໜຶ່ງ, ລວມທັງການຂົນສົ່ງອາວຸດດັ່ງກ່າວຈາກເກົາຫຼີເໜືອ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບຜູ້ທີ່ຕ້ອງການທຳລາຍຄວາມປອດໄພທາງໄຊເບີ, ລວມທັງສະຖາບັນທາງການເງິນ ແລະ ການແລກປ່ຽນສະກຸນເງິນດິຈີຕອລທົ່ວໂລກເພື່ອໃຫ້ປະໂຫຍດແກ່ລັດຖະບານເກົາຫຼີເໜືອ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບການຂົນສົ່ງຖ່ານຫີນລະຫວ່າງຫາກຳປັ່ນທີ່ມີແຫຼ່ງກຳເນີດຢູ່ໃນເກົາຫຼີເໜືອ ຫຼື ນ້ຳມັນດິບ ຫຼື ຜະລິດຕະພັນປີໂຕຣລຽມທີ່ຖືກສົ່ງໄປເກົາຫຼີເໜືອ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບຄົນສັນຊາດເກົາຫຼີເໜືອຜູ້ທີ່ຖືກສົ່ງມາເຮັດວຽກຢູ່ນອກເກົາຫຼີເໜືອເພື່ອເຮັດວຽກເພື່ອສ້າງລາຍໄດ້ໃຫ້ແກ່ລັດຖະບານເກົາຫຼີເໜືອ, ລວມທັງຂໍ້ມູນກ່ຽວກັບບໍລິສັດ ແລະ ຄົນທີ່ຈ້າງພວກເຂົາ ຫຼື ໃຫ້ຄວາມສະດວກດ້ານກິດຈະກຳຂອງພວກເຂົາໃນຂະນະທີ່ຢູ່ນອກເກົາຫຼີເໜືອ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບການຟອກເງິນເພື່ອສະໜັບສະໜູນລັດຖະບານເກົາຫຼີເໜືອ. ນີ້ສາມາດລວມເອົາຂໍ້ມູນກ່ຽວກັບການເຄື່ອນໄຫວຂອງສະກຸນເງິນ, ລວມທັງສະກຸນເງິນອອນລາຍທີ່ກ່ຽວຂ້ອງກັບຊາດເກົາຫຼີເໜືອ ຫຼື ອົງກອນໃດໜຶ່ງ, ລວມທັງບັນຊີທະນາຄານໃດໜຶ່ງທີ່ຢູ່ຕ່າງປະເທດແຕ່ໃຊ້ງານໂດຍເກົາຫຼີເໜືອ ຫຼື ເພື່ອຜົນປະໂຫຍດຂອງເກົາຫຼີເໜືອ, ຕະຫຼອດຈົນຮອດບໍລິສັດບັງໜ້າ ຫຼື ບໍລິສັດປົກປິດໃດໜຶ່ງທີ່ດຳເນີນການໃນນາມຂອງເກົາຫຼີເໜືອ ແລະ ມີການເຂົ້າເຖິງລະບົບການເງິນລະຫວ່າງປະເທດ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບການຄ້າຢາເສບຕິດ, ການປອມແປງສິນຄ້າ ຫຼື ເງິນຕາ ແລະ ການລັກລອບຂົນເງິນຈຳນວນຫຼາຍເພື່ອສະໜັບສະໜູນລັດຖະບານເກົາຫຼີເໜືອ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບການຂົນສົ່ງ ຫຼື ການຮັບສົ່ງສິນຄ້າຟຸ່ມເຟືອຍໃຫ້ແກ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ, ເຊິ່ງອາດຈະມີລົດຍົນຫຼູຫຼາ, ເສື້ອຜ້າຂອງນັກອອກແບບ, ເຄື່ອງປະດັບ, ເຫຼົ້າ, ຢາສູບ, ນ້ຳຫອມ ຫຼື ສິນຄ້າອື່ນໆທີ່ຄ້າຍຄືກັນເຊິ່ງອາດຈະຖືກອອກແບບໃຫ້ຊົນຊັ້ນສູງທີ່ປົກຄອງ.
RFJ (ລາງວັນສຳລັບຄວາມຍຸຕິທຳ) ກຳລັງຊອກຫາຂໍ້ມູນກ່ຽວກັບການລະເມີດສິດທິມະນຸດທີ່ຮ້າແຮງຈາກລັດຖະບານເກົາຫຼີເໜືອ.
ກະຊວງໄດ້ຮັບອະນຸຍາດໂດຍສະເພາະໃຫ້ສະເໜີເງິນລາງວັນສູງຮອດ $5 ລ້ານສຳລັບຂໍ້ມູນທີ່ນຳໄປສູ່ການຂັດຂວາງກົນໄກທາງການເງິນຂອງບຸກຄົນໃດໜຶ່ງ ຫຼື ໜ່ວຍງານທີ່ມີສ່ວນຮ່ວມໃນການປະພຶດຕາມທີ່ໄດ້ກ່າວໄວ້ໃນພາກທີ 104(a) ແລະ 104(b)(1) ວ່າດ້ວຍການຂວັ້ມບາດຕໍ່ເກົາຫຼີເໜືອ ແລະ ພະລາຊະບັນຍັດການປັບປຸງນະໂຍບາຍຂອງປີ 201 6(NKSPEA ,North Korea Sanctions and Policy Enhancement Act). ມາດຕາທີ 104(a) ຂອງ NKSPEA ຄອບຄຸມການປະພຶດໂດຍບຸກຄົນ ຫຼື ອົງກອນທີ່:
ເຈດຕະນາ, ທາງກົງ ຫຼື ທາງອ້ອມ, ນຳເຂົ້າ, ສົ່ງອອກ ຫຼື ສົ່ງອອກອີກຄັ້ງໄປຫາ, ເຂົ້າໄປ ຫຼື ຈາກເກົາຫຼີເໜືອ, ສິນຄ້າ, ບໍລິການ ຫຼື ເຕັກໂນໂລຊີໃດໆທີ່ຄວບຄຸມສຳລັບການສົ່ງອອກໂດຍສະຫະລັດອາເມລິກາເນື່ອງຈາກການນຳໃຊ້ບັນດາສິນຄ້າ, ບໍລິການ ຫຼື ເຕັກໂນໂລຊີເຫຼົ່ານັ້ນສຳລັບອາວຸດການທຳລາຍລ້າງສູງ ຫຼື ລະບົບການຈັດສົ່ງສຳລັບອາວຸດ ແລະ ວັດຖຸເຫຼົ່ານັ້ນມີສ່ວນຊ່ວຍໃນການນຳໃຊ້, ການພັດທະນາ, ການຜະລິດ, ຄອບຄອງ ຫຼື ໄດ້ມາໂດຍບຸກຄົນໃດໜຶ່ງກ່ຽວກັບອາວຸດນິວເຄລຍ, ລັງສີ, ເຄມີ ຫຼື ອາວຸດທາງຊີວະພາບ ຫຼື ອຸປະກອນ ຫຼື ລະບົບໃດໜຶ່ງທັງໝົດ ຫຼື ບາງສ່ວນທີ່ຖືກອອກແບບມາໃຫ້ເປັນການສົ່ງມອບອາວຸດດັ່ງກ່າວ;
ເຈດຕະນາ, ທາງກົງ ຫຼື ທາງອ້ອມ, ໃຫ້ການຝຶກອົບຮົມ, ຄຳແນະນຳ ຫຼື ບໍລິການ ຫຼື ຄວາມຊ່ວຍເຫຼືອອື່ນໆ ຫຼື ມີສ່ວນຮ່ວມໃນທຸລະກຳການເງິນທີ່ສຳຄັນ, ກ່ຽວຂ້ອງກັບການຜະລິດ, ການບຳລຸງຮັກສາ ຫຼື ການນຳໃຊ້ອາວຸດ, ອຸປະກອນ ຫຼື ລະບົບເຫຼົ່ານັ້ນເພື່ອການນຳເຂົ້າ, ສົ່ງອອກ ຫຼື ສົ່ງອອກອີກຄັ້ງໄປຫາ, ເຂົ້າໄປ ຫຼື ຈາກເກົາຫຼີເໜືອ;
ເຈດຕະນາ, ທາງກົງ ຫຼື ທາງອ້ອມ, ການນຳເຂົ້າ, ສົ່ງອອກ ຫຼື ສົ່ງອອກບັນດາສິນຄ້າຟຸ່ມເຟືອຍອີກຄັ້ງໃຫ້ແກ່ ຫຼື ເຂົ້າໄປໃນເກົາຫຼີເໜືອ;
ເຈດຕະນາ ການມີສ່ວນຮ່ວມຮັບຜິດຊອບ ຫຼື ອຳນວຍຄວາມສະດວກການກວດຈັບໂດຍລັດຖະບານເກົາຫຼີເໜືອ;
ເຈດຕະນາ ການມີສ່ວນຮ່ວມຮັບຜິດຊອບ ຫຼື ອຳນວຍຄວາມສະດວກການລະເມີດສິດທິມະນຸດຢ່າງໜັກໂດຍລັດຖະບານເກົາຫຼີເໜືອ;
ເຈດຕະນາ, ທາງກົງ ຫຼື ທາງອ້ອມ, ມີສ່ວນຮ່ວມໃນການຟອກເງິນ, ການປອມແປງສິນຄ້າ ຫຼື ສະກຸນເງິນ, ການລັກລອບຂົນເງິນ ຫຼື ການຄ້າຢາເສບຕິດທີ່ສະໜັບສະໜູນລັດຖະບານເກົາຫຼີເໜືອ ຫຼື ເຈົ້າໜ້າທີ່ລະດັບສູງ ຫຼື ບຸກຄົນທີ່ປະຕິບັດງານແທນ ຫຼື ໃນນາມຂອງລັດຖະບານນັ້ນ;
ເຈດຕະນາ ມີສ່ວນຮ່ວມໃນກິດຈະກຳທີ່ສຳຄັນທີ່ທຳລາຍຄວາມປອດໄພໄຊເບີຜ່ານການນຳໃຊ້ເຄືອຂ່າຍ ຫຼື ລະບົບຄອມພິວເຕີເພື່ອຕ້ານຄົນຕ່າງປະເທດ, ລັດຖະບານ ຫຼື ອົງກອນອື່ນໆໃນນາມຂອງລັດຖະບານເກົາຫຼີເໜືອ;
ເຈດຕະນາ, ທາງກົງ ຫຼື ທາງອ້ອມ, ການຂາຍ, ສະໜອງ ຫຼື ການຂົນສົ່ງໄປຫາ ຫຼື ຈາກລັດຖະບານເກົາຫຼີເໜືອ ຫຼື ບຸກຄົນໃດໜຶ່ງປະຕິບັດງານໃນນາມຂອງລັດຖະບານນັ້ນ, ໂລຫະມີຄ່າຈຳນວນຫຼາຍ, ກຣາໄຟທ໌, ໂລຫະ ຫຼື ອາລູມີນຽມສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ, ເຫຼັກ, ຖ່ານຫີນ ຫຼື ຊອບແວຈຳນວນຫຼາຍເພື່ອການນຳໃຊ້ໂດຍ ຫຼື ໃນຂະບວນການດ້ານອຸດສາຫະກຳທີ່ກ່ຽວຂ້ອງໂດຍກົງກັບອາວຸດທຳລາຍລ້າງສູງ ແລະ ລະບົບການຂົນສົ່ງສຳລັບອາວຸດ, ກິດຈະກຳການແພ່ກະຈາຍເຫຼົ່ານັ້ນ, ພັກແຮງງານຂອງເກົາຫຼີ, ກອງກຳລັງປ້ອງກັນຊາດ, ກອງກຳລັງປ້ອງກັນຄວາມສະຫງົບ ຫຼື ກິດຈະກຳໜ່ວຍຂ່າວກອງ ຫຼື ການດຳເນີນງານ ແລະ ບຳລຸງຮັກສາຄ້າຍຄຸມຂັງທາງການເມືອງ ຫຼື ຄ້າຍກຳມະກອນທີ່ຖືກບັງຄັບນອກເກົາຫຼີເໜືອ;
ການນຳເຂົ້າ, ສົ່ງອອກ ຫຼື ການສົ່ງອາວຸດ ຫຼື ວັດສະດຸທີ່ກ່ຽວຂ້ອງ ຫຼື ສິ່ງຂອງທີ່ກ່ຽວຂ້ອງກັບການປ້ອງກັນ ຫຼື ບໍລິການດ້ານການປ້ອງກັນໃດໆໜຶ່ງອອກຄືນອີກຄັ້ງ, ເຂົ້າໄປຫາ ຫຼື ຈາກເກົາເໜືອໂດຍເຈດຕະນາ, ໂດຍທາງກົງ ຫຼື ທາງອ້ອມ, (ຕາມຂໍ້ກຳນົດດັ່ງກ່າວໄດ້ກຳນົດໄວ້ໃນ 22 U.S.C. § 2794);
ການຊື້ຫຼື ຮັບເອົາຄຳ, ແຮ່ໄທທານຽມ, ແຮ່ວານນາດຽມ, ທອງແດງ, ເງິນ, ນິກເກີນ, ສັງກະສີ ຫຼື ແຮ່ທາດຫາຍາກຈາກເກົາຫຼີເໜືອໂດຍເຈດຕະນາໂດຍທາງກົງ ຫຼື ທາງອ້ອມ;
ມີເຈດຕະນາຂາຍ ຫຼື ຮັບສົ່ງຈະຫຼວດ, ວິຊາການບິນ ຫຼື ນ້ຳມັນເຮືອບິນຈຳນວນຫຼາຍ (ຍົກເວັ້ນສຳລັບການນຳໃຊ້ໂດຍຍົນໂດຍສານພົນລະເຮືອນຢູ່ນອກເກົາຫຼີເໜືອ, ສຳລັບການນຳໃຊ້ໃນລະຫວ່າງຖ້ຽວບິນໄປເກົາຫຼີເໜືອ ຫຼື ຖ້ຽວບິນກັບໂດຍພິເສດ) ໃຫ້ແກ່ເກົາຫຼີເໜືອໂດຍທາງກົງ ຫຼື ທາງອ້ອມ;
ການຈັດຈຳໜ່າຍນ້ຳມັນ ຫຼື ວັດສະດຸຈຳນວນຫຼາຍ, ການໃໃຫ້ບໍລິການພາຊະນະໃສ່ຖ່ານຫີນ ຫຼື ໃຫ້ຄວາມສະດວກແກ່ການເຮັດທຸລະກຳ ຫຼື ການເຮັດທຸລະກຳເພື່ອດຳເນີນການ ຫຼື ບຳລຸງຮັກສາເຮືອ ຫຼື ເຮືອບິນຈຳນວນຫຼາຍທີ່ຖືກອອກແບບພາຍໃຕ້ຄຳສັ່ງຂອງຜູ້ບໍລິຫານທີ່ກ່ຽວຂ້ອງ ຫຼື ມະຕິຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດໂດຍເຈດຕະນາໂດຍທາງກົງ ຫຼື ທາງອ້ອມ;
ຮັບປະກັນ, ລົງທະບຽນ, ໃຫ້ຄວາມຊ່ວຍເຫຼືອໃນການຈົດທະບຽນ ຫຼື ບຳລຸງຮັກສາປະກັນໄພ ຫຼື ການຈົດທະບຽນສຳລັບເຮືອທີ່ເປັນເຈົ້າຂອງ ຫຼື ຄວບຄຸມໂດຍລັດຖະບານເກົາຫຼີເໜືອໂດຍເຈດຕະນາທັງທາງກົງ ຫຼື ທາງອ້ອມ, ຍົກເວັ້ນໄດ້ຮັບການອະນຸຍາດພິເສດຈາກສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ;
ເກັບຮັກສາບັນຊີຄູ່ສັນຍາ (ຕາມທີ່ໄດ້ກຳນົດໄວ້ໃນ 22 U.S.C. § 9221a(d)(1) ) ກັບສະຖາບັນການເງິນເກົາຫຼີເໜືອໃດໜຶ່ງໂດຍເຈດຕະນາໂດຍທາງກົງ ຫຼື ທາງອ້ອມ, ຍົກເວັ້ນໄດ້ຮັບການອະນຸຍາດພິເສດຈາກສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ; ຫຼື
ພະຍາຍາມມີສ່ວນຮ່ວມໃນການກະທຳໃດໜຶ່ງທີ່ອະທິບາຍໄວ້ໃນຫຍໍ້ໜ້າ (1) ຮອດ (14) ໂດຍເຈດຕະນາ.
ມາດຕາທີ 104(b)(1) ຂອງ NKSPEA ຄອບຄຸມການປະພຶດໂດຍຄົນ ຫຼື ອົງກອນທີ່: |
(A) ມີເຈດຕະນາມີສ່ວນຮ່ວມ, ປະກອບສ່ວນ, ຊ່ວຍເຫຼືອ, ໃຫ້ການສະໜັບສະໜູນ ຫຼື ສະໜອງດ້ານການເງິນ, ອຸປະກອນ ຫຼື ຄວາມຊ່ວຍເຫຼືອດ້ານເຕັກໂນໂຊີ ຫຼື ສິນຄ້າ ແລະ ບໍລິການເພື່ອສະໜັບສະໜູນບຸກຄົນໃດໜຶ່ງທີ່ໄດ້ຮັບມອບໝາຍໃຫ້—
|
(i) ມະຕິຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດທີ່ບັງຄັບໃຊ້;
|
(ii) ຂໍ້ບັງຄັບໃດໜຶ່ງທີ່ປະກາດໃຊ້ພາຍໃຕ້ 22 U.S.C. § 9254 ; ຫຼື
|
(iii) ຄຳສັ່ງຂອງທາງດ້ານບໍລິຫານທີ່ກ່ຽວຂ້ອງ;
|
(B) ມີເຈດຕະນນາປະກອບສ່ວນຕໍ່—
|
(i) ການໃຫ້ສິນບົນແກ່ພະນັກງານຂອງລັດຖະບານເກົາຫຼີເໜືອ ຫຼື ບຸກຄົນໃດໜຶ່ງທີ່ເຮັດໜ້າທີ່ໃນນາມຂອງພະນັກງານນັ້ນ;
|
(ii) ການນຳໃຊ້ໃນທາງທີ່ຜິດ, ການລັກ ຫຼື ການຍັກຍອກເງິນຂອງລັດໂດຍ ຫຼື ເພື່ອຜົນປະໂຫຍດຂອງພະນັກງານຂອງລັດຖະບານເກົາຫຼີເໜືອ ຫຼື ບຸກຄົນໃດໜຶ່ງທີ່ດຳເນີນການໃນນາມຂອງພະນັກງານນັ້ນ; ຫຼື
|
(iii) ການນຳໃຊ້ເງິນຂອງກິດຈະກຳໃດໆທີ່ໄດ້ອະທິບາຍໄວ້ໃນຂໍ້ (i) ຫຼື (ii);
|
(C) ມີເຈດຕະນາໃຫ້ຄວາມຊ່ວຍເຫຼືອດ້ານວັດສະດຸ, ໃຫ້ການສະໜັບສະໜູນ ຫຼື ສະໜອງດ້ານການເງິນ, ວັດສະດຸ ຫຼື ເຕັກໂນໂລຊີທີ່ສຳຄັນກັບກິດຈະກຳທີ່ໄດ້ອະທິບາຍໄວ້ໃນຫຍໍ້ໜ້າ (A) ຫຼື (B);
|
(D) ມີເຈດຕະນາຊື້ ຫຼື ຮັບເອົາຖ່ານຫີນ, ເຫຼັກກ້າ ຫຼື ແຮ່ເຫຼັກເກີນຈຳນວນຈຳກັດໂດຍທາງກົງ ຫຼື ທາງອ້ອມທີ່ລະບຸໄວ້ໃນມະຕິຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ;
|
(E) ຊື້ ຫຼື ຮັບເອົາເຄື່ອງຕ່ຳແຜ່ນປະເພດປະເພດທີ່ສຳຄັນ ຫຼື ຈຳນວນຫຼາຍຈາກລັດຖະບານເກົາຫຼີເໜືອໂດຍເຈດຕະນາໂດຍທາງກົງ ຫຼື ທາງອ້ອມ;
|
(F) ມີເຈດຕະນາໃຫ້ຄວາມຊ່ວຍເຫຼືອການໂອນເງິນ ຫຼື ຊັບສິນທີ່ສຳຄັນຂອງລັດຖະບານເກົາຫຼີເໜືອເຊິ່ງກໍ່ໃຫ້ເກີດການລະເມີດມະຕິສະພາຄວາມໝັ້ນຄົງຂອງສະຫະປະຊາຊາດທີ່ກ່ຽວຂ້ອງ;
|
(G) ມີເຈດຕະນາໂດຍທາງກົງ ຫຼື ທາງອ້ອມໃນການໃຫ້ຄວາມຊ່ວຍເຫຼືອການໂອນເງິນຈຳນວນຫຼາຍ, ວັດຖຸມີຄ່າ, ເພັດພອຍ ຫຼື ສິ່ງມີຄ່າອື່ນໆໄປຫາ ຫຼື ຈາກເກົາຫຼີເໜືອທີ່ບໍ່ໄດ້ອະທີບາຍໄວ້ພາຍໃຕ້ຂໍ້ຍ່ອຍ (a)(10);
|
(H) ມີເຈດຕະນາໃນການຂາຍ, ຂົນສົ່ງ ຫຼື ຈັດຫານ້ຳມັນດິບ, ກາສທຳມະຊາດ, ປີໂຕຣລຽມກັ່ນ, ປີໂຕລຽມປະເພດອື່ນໆ ຫຼື ຜະລິດຕະພັນຈາກປີໂຕຣລຽມ, ກາສທຳມະຊາດຂອງແຫຼວ ຫຼື ແຫຼ່ງກາສທຳມະຊາດອື່ນໆໃຫ້ກັບລັດຖະບານເກົາຫຼີເໜືອທັງທາງກົງ ແລະ ທາງອ້ອມ (ຍົກເວັ້ນສຳລັບນ້ຳມັນເຊື້ອໄຟໜັກ, ນ້ຳມັນກະຊວນ ຫຼື ນ້ຳມັນແອັດຊັງສຳລັບການນຳໃຊ້ຂອງຄົນ ຫຼື ຕາມທີ່ໄດ້ຍົກເວັ້ນພາຍໃຕ້ຂໍ້ຍ່ອຍ (a)(11));
|
(I) ມີເຈດຕະນາມີສ່ວນຮ່ວມ, ໃຫ້ຄວາມຊ່ວຍເຫຼືອ ຫຼື ຮັບຜິດຊອບໂດຍທາງກົງ ຫຼື ທາງອ້ອມຕໍ່ກັບກິດຈະກຳການຄ້າຂາຍທາງອອນລາຍໃຫ້ແກ່ລັດຖະບານເກົາຫຼີເໜືອ, ລວມທັງການພະນັນອອນລາຍ;
|
(J) ມີສ່ວນຮ່ວມໃນການຊື້ ຫຼື ຮັບເອົາສິດການປະມົງຈາກລັດຖະບານເກົາຫຼີເໜືອໂດຍເຈດຕະນາໂດຍທາງກົງ ຫຼື ທາງອ້ອມ;
|
(K) ມີສ່ວນຮ່ວມໃນການຊື້ ຫຼື ຮັບເອົາອາຫານປະເພດທີ່ສຳຄັນຈຳນວນຫຼາຍ ຫຼື ຜະລິດຕະພັນກະສິກຳຈາກລັດຖະບານເກົາຫຼີເໜືອໂດຍເຈດຕະນາໂດຍທາງກົງ ຫຼື ທາງອ້ອມ;
|
(L) ມີເຈດຕະນາມີສ່ວນຮ່ວມ, ໃຫ້ຄວາມຊ່ວຍເຫຼືອ ຫຼື ຮັບຜິດຊອບໂດຍທາງກົງ ຫຼື ທາງອ້ອມຕໍ່ກັບການສົ່ງອອກແຮງງານຈາກເກົາຫຼີເໜືອເພື່ອຈຸດປະສົງສ້າງລາຍໄດ້ທີ່ສຳຄັນໂດຍທາງກົງ ຫຼື ທາງອ້ອມ, ເພື່ອການນຳໃຊ້ຂອງລັດຖະບານເກົາຫຼີເໜືອ ຫຼື ພັກແຮງງານເກົາຫຼີ;
|
(M) ມີເຈດຕະນາດຳເນີນການກ່ຽວກັບທຸລະກຳທີ່ສຳຄັນ ຫຼື ທຸລະກຳໃນອຸດສາຫະກຳການຂົນສົ່ງ, ການຂຸດຄົ້ນບໍ່ແຮ່, ພະລັງງານ ຫຼື ບໍລິການດ້ານການເງິນຂອງເກົາຫຼີເໜືອ; ຫຼື
|
(N) ຍົກເວັ້ນແຕ່ໄດ້ຮັບອະນຸຍາດຈາກສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ແລະ ນອກເໜືອຈາກບັນຊີຄູ່ສັນຍາດັ່ງທີ່ໄດ້ລະບຸໄວ້ໃນຂໍ້ຍ່ອຍ (a)(14), ມີເຈດຕະນາອຳນວຍຄວາມສະດວກການດຳເນີນງານຂອງສາຂາ, ບໍລິສັດຍ່ອຍ ຫຼື ສຳນັກງານຂອງສະຖາບັນການເງິນເກົາຫຼີເໜືອ.
|
ກະຊວງໄດ້ຮັບອະນຸຍາດໂດຍສະເພາະໃຫ້ສະເໜີເງິນລາງວັນສູງຮອດ $5 ລ້ານສຳລັບຂໍ້ມູນທີ່ນຳໄປສູ່ການລະບຸ ບຸກຄົນຜູ້ທີ່ຖືກສັ່ງ ຫຼື ໃຕ້ການບັງຄັບບັນຊາຂອງລັດຖະບານເກົາຫຼີເໜືອ, ຊ່ວຍ ຫຼື ສະໜັບສະໜູນການລະເມີດພະລາຊະບັນຍັດການລະເມີດ ແລະ ການສໍ້ໂກງດ້ານຄອມພິວເຕີ (“CFAA”, Computer Fraud and Abuse Act), 18 U.S.C. § 1030. ກະຊວງກຳລັງຊອກຫາຂໍ້ມູນກ່ຽວກັບບັນດາກິດຈະກຳທີ່ລະເມີດ CFAA, ໂດຍມີຄວາມສົນໃຈສະເພາະແຕ່ບໍ່ພິເສດໃນບັນດາກິດຈະກຳເຫຼົ່ານັ້ນທີ່ພົວພັນ:
ການເຈາະເຂົ້າໃນເຄືອຂ່າຍ ແລະ ຄອມພິວເຕີຂອງພາກລັດ ແລະ ເອກະຊົນໂດຍບໍ່ໄດ້ຮັບອະນຸຍາດໂດຍມີເຈດຕະນາໃນການລັກຂໍ້ມູນ;
ການສົ່ງມາລແວ (malware) ເພື່ອການທຳລາຍລ້າງ
ການເຜີຍແຜ່ ແລະ ການນຳໃຊ້ແຣນຊອມແວ (ransomware);
ການສົ່ງສິ່ງທີ່ເປັນການຄຸມຄາມທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່, ຮັບຂໍ້ມູນມາຈາກຈາກ ຫຼື ການຂໍບາງຢ່າງທີ່ມີຄ່າທີ່ກ່ຽວຂ້ອງກັບຄອມພິວເຕີ, ໂດຍມີເຈດຕະນາທີ່ຈະຮຽກເງິນຈາກບຸກຄົນ ຫຼື ອົງກອນ ຫຼື ສິ່ງມີຄ່າໃດໆທີ່ຕ້ອງຫ້າມຕາມ 18 U.S.C. §§ 1030(a)(2), (a)(3), (a)(5), ແລະ (a)(7).
ເພື່ອສະໜັບສະໜູນຄວາມພະຍາຍາມຂອງນາໆຊາດໃນການຂັດຂວາງກິດຈະກຳທີ່ຜິດກົດໝາຍຂອງເກົາຫຼີເໜືອ, ໂຄງການໃຫ້ລາງວັນສຳລັບຄວາມຍຸຕິທຳ (RFJ, Rewards for Justice,) ຂອງກະຊວງການຕ່າງປະເທດລັດໄດ້ສະເໜີເງິນລາງວັນສູງຮອດ $5 ລ້ານສຳລັບຂໍ້ມູນທີ່ນຳໄປສູ່ການຂັດຂວາງກົນໄກດ້ານການເງິນຂອງບັນດາບຸກຄົນທີ່ມີສ່ວນຮ່ວມໃນກິດຈະກຳສະເພາະທີ່ສະໜັບສະໜູນເກົາຫຼີເໜືອ, ລວມທັງການຟອກເງິນ, ການສົ່ງອອກສິນຄ້າຟຸ່ມເຟືອຍໃຫ້ແກ່ເກົາຫຼີເໜືອ, ກິດຈະກຳທາງໄຊເບີໂດຍສະເພາະ ແລະ ການກະທຳທີ່ສະໜັບສະໜູນການເຜີຍແຜ່ອາວຸດທຳລາຍລ້າງສູງ (Weapon of Mass Destruction, WMD).
the number is +1 (540) 760-5089
the number is +1 (540) 760-5089
the number is +1 (540) 760-5089
the number is +1 (540) 760-5089